ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນຕີ​ຫວຽດນາມ ຕ້ອນຮັບ​ລັດຖະມົນຕີ​ຈາກ ບຣາ​ຊິນ

     ວິທະຍຸກະຈາຍສຽງຫວຽດນາມ ລາຍງານວັນທີ 28 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີຫວຽດນາມ
ຟ້າມ ມິງ ຈິງ ໄດ້ຕ້ອນຮັບ ທ່ານນາງ ລູເຊຍນາ ຊານໂຕ​​ສ, ລັດຖະມົນຕີກະຊວງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ປະ
ເທດ ບຣາຊິນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

     ທ່ານນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ຫວັງວ່າ : ລັດຖະບານ ບຣາຊິນ ຈະປະຕິບັດສຳ ເລັດວິວັດການຮັບຮອງກົດລະບຽບການ
ເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ, ເພື່ອແນ ໃສ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ກ່ຽວກັບເສດຖະກິດ, ການຄ້າ
ໃຫ້ເລິກເຊິ່ງກວ່າອີກ, ສ້າງຄວາມສະດວກໃຫ້ແກ່ການແກ້ໄຂບັນດາບັນຫາປ້ອງກັນດ້ານການຄ້າຢ່າງຍຸຕິທຳ ແລະ ຕ່າງຝ່າຍ ຕ່າງມີຜົນ
ປະໂຫຍດ. ສະເໜີໃຫ້ ບຣາຊິນ ເອົາໃຈໃສ່ພິເສດເຖິງການຮ່ວມ ມືລະຫວ່າງສອງປະເທດໃນບັນ ດາຂົງເຂດທີ່ມີຄວາມສາມາດ ບົ່ມຊ້ອນ.
ຫວຽດນາມ ປາຖະໜາຢາກຕ້ອນຮັບ ທ່ານ ລູລາດາ ຊິນວາ ປະທານາທິບໍດີ ບຣາຊິນ ຢ້ຽມຢາມ ຫວຽດນາມ ໃນປີໜ້າ, ເນື່ອງໃນໂອກາດ
ສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ( 1989-2024).

     ທ່ານນາງ ລູເຊຍນາ ໃຫ້ຮູ້ວ່າ : ຜ່ານການເຈລະຈາກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ສອງຝ່າຍໄດ້ເຫັນດີ
ເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເຕັກໂນ ໂລຊີທີ່ຫາກໍພົ້ນເດັ່ນຂຶ້ນມີການປະສານວຽກງານກັນໃຫ້ດີກວ່າເກົ່າ .

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/12/2023